I. ກົດລະບຽບການສອບເສັງ
1. ນັກສອບເສັງຕ້ອງມາຮອດສູນສອບເສັງ
ແລະ ຫ້ອງສອບເສັງກ່ອນເວລາສອບເສັງ 20
ນາທີ. ຖ້ານັກສອບເສັງມາ
ຣອດຫ້ອງສອບເສັງຊ້າກ່ວາເວລາສອບເສັງເຖິງ
20 ນາທີໂດຍບໍ່ມີເຫດຜົນ.ຈະບໍ່ຮັບເຂົ້າສອບເສັງໃນວິຊານັ້ນ.
2. ນັກສອບເສັງຕ້ອງກຽມເຄື່ອງຮັບໃຊ້ການສອບເສັງອັນຈໍາເປັນໃຫ້ຄົບຖ້ວນກ່ອນເຂົ້າຫ້ອງສອບເສັງເຊັ່ນ:
ຂຶກສີຟ້າ
ຫຼືສີດໍາ, ໄມ້ບັນທັດ, ສໍດໍາ, ຢາງລຶບ, ວົງວຽນ ຫຼື ສູດເລຂາຄະນິດ
ຫ້າມນໍາເອົາຈັກຄິດໄລເລກ, ໂທລະສັບມືຖື,.. ເຄື່ອງສື່ສານຕ່າງໆ, ຕາຕະລາງທາດມູນເຄມີ, ຕາຕະລາງຄິດໄລ່ແບບຕັ້ງ, ສົມຜົນຕ່າງໆຮູບພາບ ແລະ ເອກະສານ
ອື່ນໆ
ທີ່ບໍ່ໄດ້ຮັບອະນຸຍາດ ເຂົ້າໃນຫ້ອງສອບເສັງຢ່າງເດັດຂາດ.
3. ກ່ອນເຂົ້າຫ້ອງສອບເສັງ
ນັກສອບເສັງຈະຖືກເອີ້ນຊື່ເຂົ້າຫ້ອງສອບເສັງເທື່ອລະຄົນ ( ຕາມລໍາດັບ ເລກໂຕະຂອງ
ນັກສອບເສັງ ), ຖືກກວດບັດເຂົ້າຫ້ອງສອບເສັງ (
ທີ່ຕິດຮູບຜູ້ກ່ຽວ ). ຖືກກວດຄົ້ນໂຕຢ່າງລະອຽດເພື່ອບໍ່ໃຫ້
ເຊື່ອງຊ້ອນເອົາບົດຮຽນເຂົ້າໄປກ່າຍໃນຫ້ອງສອບເສັງ.
4. ເມື່ອນັກສອບເສັງເຂົ້າຫ້ອງສອບເສັງ
ແລ້ວຕ້ອງນັ່ງໃຫ້ຖືກຕາມເລກໂຕະ ຂອງຕົນທີ່ກໍາມະການໄດ້ຂຽນໃສ່ໂຕະໄວ້
ເວັ້ນແຕ່ໃນກໍລະນີນັກສອບເສັງຜູ້ທີ່ກ
າມະການສົງໄສ ແລະ ຄົ້ນໄດ້ບົດຮຽນທີ່ຈະເອົາເຂົ້າໃນຫ້ອງສອບເສັງ
ຈະຖືກຈັດໃຫ້ນັ່ງໂຕະໂດຍສະເພາະຕ່າງຫາກ.
5. ເມືອກໍາມະການຂຽນ ຫຼື
ມອບຫົວບົດສອບເສັງໃຫ້ນັກສອບເສັງແລ້ວຫ້າມນັກສອບເສັງສົນທະນາກັນ, ຫ້າມຢືມ
ເຄື່ອງນໍາກັນ, ຫ້າມກ່າຍກັນ, ຜູ້ທີ່ເອົາບົດໃຫ້ຫມູ່ກ່າຍຈະມີຄວາມຜິດເທົ່າກັບຜູ້ກ່າຍ.
6. ຖ້ານັກສອບເສັງມີຄວາມຕ້ອງການອອກຈາກບ່ອນນັ່ງ
ຫຼື ມີທຸລະອັນຈໍາເປັນ ຕ້ອງໄດ້ຂໍອະນຸຍາດ ກໍາມະການຍາມ
ຫ້ອງກ່ອນ, ເມື່ອໄດ້ຮັບອະນຸຍາດແລ້ວຈຶ່ງປະຕິບັດ, ແຕ່ເວລາກັບຄືນມາກໍ່ຕ້ອງ ກວດຄົ້ນຄືນອີກ.
7. ຫ້າມນັກສອບເສັງຂີດຫມາຍສິ່ງໃດສິ່ງຫນຶ່ງໃສ່ບົດຕອບ
ຫຼື ບົດສອບເສັງທີ່ຈະເປັນສັນຍາລັກ ແກ່ກໍາມະການກວດ
ບົດສອບເສັງ,
8. ເມື່ອນັກສອບເສັງຕອບບົດສອບເສັງແລ້ວບໍ່ໃຫ້ອອກຫ້ອງຈົນກ່ວາຈະຫມົດເວລາຂອງການສອບເສັງ
ແລະ ໃຫ້
ກວດກາເບິ່ງຄືນບົດຕອບຂອງຕົນລະອຽດເຊັ່ນ:
ເລກໂຕະ, ສູນສອບເສັງ ແລະ ອື່ນໆ.
ເມື່ອຄະນະກໍາມະການ ຍາມຫ້ອງມາເກັບເອົາ
ບົດຕອບນັກສອບເສັງຕ້ອງສົ່ງບົດຕອບຂອງຕົນໃຫ້ຄົບຖ້ວນ. ເມື່ອກໍາມະການເກັບບົດ
ຕອບຂອງນັກສອບເສັງຄົບຖ້ວນແລ້ວ
ຈຶ່ງອະນຸຍາດໃຫ້ນັກສອບເສັງອອກຫ້ອງໄດ້.
9. ຖ້ານັກສອບເສັງຜູ້ໃດຖືກກໍາມະການພົບວ່າເປັນຜູ້ລັກລອບ
ຫຼື ເຊື່ອງຊ້ອນເອົາບົດຮຽນເຂົ້າໄປກ່າຍ,
ສົນທະນາກັນ
, ເອົາບົດຮຽນໃຫ້ຫມູ່ກ່າບ, ກ່າຍບົດຮຽນນໍາຫມູ່ ແລະ ອື່ນໆ
ອັນເປັນການກ່າທໍາຜິດຕໍ່ກົດລະບຽບການສອບເສັງນີ້ ຈະຖືກກ່າວເຕືອນ ແລະ
ເກັບກໍາຫຼັກຖານບັນທຶກການກະທໍາຜິດ,
ຖ້າຍັງມີການກະທໍາຜິດອີກຈະຖືກກ່າວເຕືອນ ເປັນຄັ້ງທີ່ 2 ຖ້າຍັງລະເມີດຈະຖືກໂຈະການສອບເສັງໃນວິຊານັ້ນ.
ອໍານວຍການໂຮງຮຽນ
II.
ກົດລະບຽບຄະນະກໍາມະການ ແລະ
ອະນຸກໍາມະການສອບເສັງ.
1.
ຄະນະກໍາມະການສອບເສັງທຸກຝ່າຍທຸກຄົນມີສິດ
ແລະ ຫນ້າທີ່ໃນການຄົ້ນຄ້ວາ, ກະກຽມ ແລະ
ດໍາເນີນ
ວຽກງານການສອບເສັງຈົບຊັ້ນໃຫ້ໄດ້ຮັບຜົນດີມີສິດທິພາບສູງ.
2.
ກໍາມະການຝ່າຍງົບປະມານຕ້ອງຄິດໄລ່ງົບປະມານທີ່ເຂົ້າຮັບໃຊ້ໃນວຽກງານການສອບເສັງໃຫ້ຄົບຖ້ວນ,
ພຽງພໍ ແລະ
ທ່ວງທັນຕາມກໍານົດເວລາ.
3.
ກໍາມະການຈັດສະຖານທີ່ ແລະ
ອຸປະກອນຕ້ອງຈັດຈໍານວນນັກສອບເສັງໃສ່ຫ້ອງຂະຫນາດຕ່ໍາສຸດ 5 ແມັດ
ຄຸນ 6 ແມັດ ບໍ່ໃຫ້ເກີນ 25 ຄົນຕໍ່ຫ້ອງ. ໃນກໍລະນີສອບເສັງຢູ່ສະ ໂມສອນໃຫຍ່
ໃຫ້ມີຈໍານວນນັກສອບ ເສັງຢ່າງເຫມາະສົມ ບໍ່ໃຫ້ແອອັດເກີນໄປ ແລະ
ຕ້ອງໃຫ້ກໍາມະການຍາມຫ້ອງສອບເສັງ 5 ຄົນຂື້ນໄປ, ໂຕະຂະ
ຫນາດ 1,20 ແມັດໃຫ້ນັ່ງຄົນດຽວ, ໂຕະຂະຫນາດ 1.50 ແມັດ ໃຫ້ນັ່ງບໍ່ເກີນ 2 ຄົນ.
4. ກໍາມະການຍາມຫ້ອງຕ້ອງໃຫ້ມີຢ່າງຫນ້ອຍ 2 ຄົນຕໍ່ຫ້ອງ, ຕ້ອງບໍ່ແມ່ນຄູ-ອາຈານສອນນັກຮຽນທີ່ສອບເສັງຢູ່
ສູນສອບເສັງນັ້ນ ແລະ
ເປັນຜູ້ອາວຸໂສ, ຄວນມີທັງເພດຍິງ ແລະ
ເພດຊາຍຍາມນໍາກັນແຕ່ລະຫ້ອງສອບເສັງ
ເພາະຈະມີຄວາມສະດວກໃນການກວດຄົ້ນໂຕນັກສອບເສັງກ່ອນເຂົ້າຫ້ອງສອບເສັງ.
5.
ໃນເວລາດໍາເນີນການສອບເສັງໄດ້ເຄິ່ງເວລາສອບເສັງຂອງວິຊາໃດຫນຶ່ງຫາກພົບເຫັນນັກສອບເສັງຜິດລະບຽບ
ແລະ ມີຫຼັກຖານຊັດເຈນຫນັກແຫນ້ນກໍາມະການຍາມຫ້ອງສອບເສັງມີສິດສັ່ງໂຈະການສອບເສັງໃນວິຊາ
ນັ້ນແລ້ວນໍາສະເຫນີຕໍ່ຄະນະກໍາມະການຮັບຜິດສອບສູນສອບເສັງຖ້າຫົວຫນ້າສູນສອບເສັງຕັດສິນບໍ່ໄດ້ໃຫ້ນໍາ
ສະເຫນີຕໍ່ຄະນະກໍາມະການຊີ້ນໍາລວມຕັດສິນການກະທໍາຜິດຕາມແຕ່ລະກໍລະນີຫນັກຫຼືເບົາ.
6.
ຫ້າມກໍາມະການຍາມຫ້ອງສອບເສັງ ອະທິບາຍ, ໃຫ້ຄໍາຕອບ, ກວດເບິ່ງບົດຕອບຫຼືເຮັດສັນຍາລັກໃດຫນຶ່ງແກ່
ນັກສອບເສັງ
ໃນເວລາດໍາເນີນການສອບເສັງຢ່າງເດັດຂາດ ຖ້າຝ່າຝືນຈະຖືກກ່າວເຕືອນ ແລະ ຍຸດຕິການເປັນ
ກໍາມະການຄັ້ງນັ້ນ.
ອໍານວຍການໂຮງຮຽນ
0 ความคิดเห็น