ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ໜງັສືສະເໜີ
ເມືອງແມດ
ໂຮງຮຽນມັດທະຍົມສົມບູນເມືອງຄີ່ ເລກທີ 57/ມສມຄ
ລົງວັນທີ 13 ຕຸລາ 2021
ຮຽນ:
ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງແມດທີ່ນັບຖື
(ໂດຍຜ່ານການຈັດຕັ້ງຕາມລຳດັບ)
ເລື່ອງ:
ຂໍຄູຕື່ມອີກຈຳນວນ 3 ຄົນ
-
ອີງຕາມ :
ແຜນພັດທະນາການສຶກສາປະຈຳສົກຮຽນ 2021 – 2022 ຂອງຫ້ອງການສຶກສາທິການ ແລະ
ກິລາເມືອງແມດສະບັບເລກທີ 462/ສກມມລົງວັນທີ 27 ສິງຫາ 2021.
-
ອີງຕາມ :
ແຜນຄວາມຕ້ອງການຄູສອນຂອງໂຮງຮຽນມສ ເມືອງຄີ່ ປະຈຳສົກຮຽນ 2021 – 2022
ຜູ້ອຳນວນການໂຮງຮຽນ
ມສ ເມືອງຄີ່ ຂໍຖືເປັນກຽດຮຽນສະເໜີມາຍັງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງແມດເພື່ອຂໍຄູສອນຕື່ມອີກ
ຈຳນວນ 3 ຄົນດັ່ງນີ້:
1.
ຄູວິທະຍາສາດທຳມະຊາດ
ປະລິຍາຕີ ເພື່ອມາສອນວິຊາຊີວະສາດມໍປາຍ
2.
ຄູສິລະປະດົນຕີ
ຫຼື ສິລະປະກຳ ຈຳນວນ 2 ຄົນ ເພື່ອມາສອນ ແຕ່ຊັ້ນມ.1- ມ.7
ດັ່ງນັ້ນ,
ຈຶ່ງຮຽນຮຽນສະເໜີມາຍັງທ່ານເພື່ອຄົ້ນຄວ້າພິຈາລະນາຕາມຄວາມເໝາະສົມດ້ວຍ.
(ຮຽນມາດ້ວຍຄວາມເຄົາລົບນັບຖືເປັນຢ່າງສູງ)
ຜູ້ອຳນວຍການໂຮງຮຽນ
ສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ໜງັສືສະເໜີ
ເມືອງແມດ
ໂຮງຮຽນມັດທະຍົມສົມບູນເມືອງຄີ່ ເລກທີ 58/ມສມຄ
ລົງວັນທີ 13 ຕຸລາ 2021
ຮຽນ:
ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງແມດທີ່ນັບຖື
(ໂດຍຜ່ານການຈັດຕັ້ງຕາມລຳດັບ)
ເລື່ອງ:
ຂໍສັງກະສີມາມຸງຫຼັງຄາໂຮງຮຽນ
-
ອີງຕາມ :
ແຜນພັດທະນາການສຶກສາປະຈຳສົກຮຽນ 2021 – 2022 ຂອງຫ້ອງການສຶກສາທິການ ແລະ
ກິລາເມືອງແມດສະບັບເລກທີ 462/ສກມມລົງວັນທີ 27 ສິງຫາ 2021.
-
ອີງຕາມ:
ສະພາບຫຼັງຄາຂອງໂຮງຮຽນທີ່ຮັບໃຊ້ເປັນບ່ອນຈັດການຮຽນ - ການສອນ ມີຄວາມເກົ່າ,ເຂົ້າໝ້ຽງ
ແລະ ຮົ່ວເວລາຝົນຕົກ.
ຜູ້ອຳນວນການໂຮງຮຽນ ມສ ເມືອງຄີ່ ຂໍຖືເປັນກຽດຮຽນສະເໜີມາຍັງຫົວໜ້າຫ້ອງການສຶກສາທິການ
ແລະ ກິລາແມດ. ເພື່ອຂໍສັງກະສີຈຳນວນ 700 ແຜ່ນເພື່ອມາມຸງຫຼັງຄາໂຮງຮຽນ 2 ຫຼັງ
ລາຍລະອຽດລຸ່ມນີ້:
1.
ຫຼັງທີ1 ມີ
4 ຫ້ອງຮຽນເພື່ອຮັບໃຊ້ເປັນບ່ອນຈັດການຮຽນ-ການສອນ ມ.1
2.
ຫຼັງທີ 2 ມີ
6 ຫ້ອງຮຽນເພື່ອຮັບໃຊ້ເປັນບ່ອນຈັດການຮຽນ-ການສອນ ມ.2 ແລະ ມ.3
ດັ່ງນັ້ນ,
ຈຶ່ງຮຽນສະເໜີມາຍັງທ່ານເພື່ອຄົ້ນຄວ້າພິຈາລະນາຕາມຄວາມເໝາະສົມດ້ວຍ.
(ຮຽນມາດ້ວຍຄວາມເຄົາລົບນັບຖືເປັນຢ່າງສູງ)
ຜູ້ອຳນວຍການໂຮງຮຽນ
ມ.1
ມ.2 ແລະ ມ.3
0 ความคิดเห็น